บทความ

ສປປ.ລາວ ຖືກຈັດໃຫ້ເປັນໜຶ່ງໃນປະເທດທີ່ປອດໄພສຳລັບການທ່ອງທ່ຽວ ຂອງຊາວອັງກິດ

รูปภาพ
ຖືກຈັດໃຫ້ເປັນໜຶ່ງໃນປະເທດທີ່ປອດໄພສຳລັບການທ່ອງທ່ຽວ ຂອງຊາວອັງກິດ ສຳນັກຂ່າວ The Independent ລາຍງານ 24 ເມສາ 2017 ວ່າ: ກະຊວງການຕ່າງປະເທດຂອງອັງກິດໄດ້ອອກແຈ້ງເຕືອນສຳລັບການເດີນທາງໄປຍັງປະເທດທີ່ບໍ່ປອດໄພ ແຜນທີ່ຂ້າງລຸ່ມນີ້ສະແດງໃຫ້ເຫັນເຖິງລະດັບການປອດໄພຂອງແຕ່ລະປະເທດ ທີ່ກະຊວງການຕ່າງປະເທດຂອງອັງກິດອອກມາເຕືອນ: - ສີຟ້າ ໝາຍເຖິງ ທົ່ວປະເທດບໍ່ປອດໄພ ບໍ່ຄວນເດີນທາງໄປ - ສີແດງ ໝາຍເຖິງ ບາງສ່ວນຂອງປະເທດບໍ່ປອດໄພ ບໍ່ຄວນເດີນທາງໄປ - ສີຂຽວ ໝາຍເຖິງ ປອດໄພ ເດີນທາງໄປໄດ້ ເຊິ່ງປະເທດລາວຂອງພວກເຮົາ ຖືກຈັດຢູ່ໃນກຸ່ມປະເທດສີຂຽວ ດັ່ງນັ້ນ, ຈຶ່ງຖືວ່າປອດໄພສຳລັບນັກທ່ອງທ່ຽວຊາວອັງກິດ.

ຈີນ ຮຽກຮ້ອງໃຫ້ລັດເຊຍ ເຂົ້າມາແກ້ໄຂບັນຫາເກົາຫຼີ

รูปภาพ
ສຳນັກຂ່າວຕ່າງປະເທດລາຍງານ 16 ເມສາ 2017 ວ່າ: ຈີນຂໍໃຫ້ລັດເຊຍເຂົ້າມາມີບົດບາດໃນການຮ່ວມແກ້ໄຂສະຖານະການ ເພື່ອຜ່ອນຄາຍຄວາມຕຶງຄຽດໃນຄາບສະໝຸດເກົາຫຼີ ທີ່ກຳລັງຕຶງຄຽດຢ່າງໜັກຈາກຄວາມຂັດແຍ່ງລະຫວ່າງເກົາຫຼີເໜືອ ກັບ ສະຫະລັດອາເມຣິກາ, ໂດຍ ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນສົນທະນາທາງໂທລະສັບທ່ານ ເຊີເກ ລາຟຣັອບ ລັດຖະມົນຕີກະຊວງການຕ່າງປະເທດຂອງລັດເຊຍ ເມື່ອວັນສຸກທີ່ຜ່ານມາ ຕາມການເປີດເຜີຍຂອງລັດຖະບານຈີນ. ເຊິ່ງທັງສອງຝ່າຍເຫັນດີເຫັນພ້ອມເປັນຢ່າງຍິງໃນການນຳຄູ່ກໍລະນີທຸກປະເທດກັບຄືນສູ່ການເຈລະຈາຢ່າງສັນຕິອີກຄັ້ງ ເຊິ່ງໝາຍເຖິງການເຈລະຈາ 6 ຝ່າຍ ທີ່ປະກອບດ້ວຍເກົາຫຼີເໜືອ, ເກົາຫຼີໃຕ້, ຈີນ, ຍີ່ປຸ່ນ, ສະຫະລັດອາເມຣິກາ ແລະ ລັດເຊຍ ທີ່ຕ້ອງໄດ້ຢຸດຕິໄປຕັ້ງແຕ່ປີ 2009 ຫຼັງຈາກການຖອດຕົວຂອງລັດຖະບານເກົາຫຼີເໜືອ ເພື່ອປະທ້ວງມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ທີ່ປະນາມການຍິງຈະຫຼວດຂອງເກົາຫຼີເໜືອໃນຄັ້ງນັ້ນ. ນອກຈາກນີ້ລັດຖະມົນຕີຂອງຈີນ ແລະ ລັດເຊຍຍັງຢືນຢັນວ່າ ການຢຸດຍັ້ງຄວາມວຸ້ນວາຍທີ່ອາດລຸກລາມບານປາຍກາຍເປັນສົງຄາມໃນຄາບສະໝຸດເກົາຫຼີ ເປັນຄວາມພະຍາຍາມໃນການຮັກສາສັນຕິພາບ ແລະ ເພື່ອຜົນໂຫຍດຂອງທຸກຝ່າຍ.

ແ​ຂວງ​ບໍລິຄຳ​ໄຊ ຄາດ​ຈະ​ໃຊ້​ງົບ 34 ຕື້​ກີບ ຈັດ​ງານ​ກິລາ​ນັກຮຽນ ທົ່ວ​ປະ​ເທດ ຄັ້ງ​ທີ 6 ຕົ້ນ​ປີ 2017

รูปภาพ
ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ​ແຂວງ​ບໍລິ​ຄຳ​ໄຊ ວາງ​​ແຜນການຢ່າງຮອບດ້ານ ​ເພື່ອ​ກະກຽມ​ເປັນ​ເຈົ້າພາບທີ່​ດີ ໃນການຈັດ​ງານ​ກິລາ​ນັກຮຽນ ທົ່ວ​ປະ​ເທດ ຄັ້ງ​ທີ 6 ລະຫວ່າງ​ວັນ​ທີ 1-9 ກຸມພາ 2017 ​​ເຊິ່ງກຳນົດ​​ແຂ່ງຂັນ 12 ປະ​ເພດ​ກິລາ ​ແລະ ມີ​ການຊີງ​ໄຊ​ກັນ​ທັງ​ໝົດ 130 ຫຼຽນ​ຄຳ ໂດຍ​ຄາດ​ວ່າ​ຈະ​ໄດ້​ງົບປະມານ 34 ຕື້​ກີບ. ຕາມ​ການ​ລາຍ​ງານ​ຂອງ ທ່ານ ບຸນ​ມາກ ພັນ​ດາ​ນຸວົງ ຮອງ​ຫົວໜ້າພະ​ແນ​ກສຶກສາ​ທິການ ​ແລະ ກິລາ ​ແຂວງ​ບໍລິ​ຄຳ​ໄຊ ​ໃນ​ຕອນ​ເຊົ້າ​ວານ​ນີ້ (20 ຕຸລາ) ​ໃຫ້​ຮູ້​ວ່າ: ​ເພື່ອ​ເປັນ​ການ​ກະກຽມ​ຄວາມ​ພ້ອມ ການເປັນ​ເຈົ້າພາບ​ທີ່​ດີ ຈັດ​ງານ​ກິລາ​ນັກຮຽນ ທົ່ວ​ປະ​ເທດ ຄັ້ງ​ທີ 6 ລະຫວ່າງ​ວັນ​ທີ 1-9 ກຸມພາ 2017 ທີ່​ເມືອງ​ປາກ​ຊັນ ​ແຂວງ​ບໍລິ​ຄຳ​ໄຊ ຮັບ​ກຽດ​ເປັນ​​ເຈົ້າພາບ ທາງ​ແຂວງບໍລິ​ຄຳ​ໄຊ ​ໄດ້​ມີ​ການ​ແຕ່ງ​ຕັ້ງຄະນະ​ຮັບຜິດຊອບ ​ອະນຸ​ກຳມະການ​ຝ່າຍ​ຕ່າງໆຂຶ້ນ ​ເພື່ອ​ພ້ອມ​ກັນຈັດ​ຕັ້ງປະຕິບັດ​ ​ໜ້າ​ວຽກຮັບຜິດຊອບ​ຂອງ​ໃຜລາວ ໃຫ້​ເປັນ​ໄປ​ຕາມ​ທິດ​ທາງ​ຂອງ​ການຈັດ​ງານ ໃຫ້ບັນລຸ​ຄາດໝາຍທີ່​ວາງ​ໄວ້. ​​ພ້ອມ​ກັນ​ນັ້ນ, ກໍ່​ຍັງ​​ໄດ້ມີ​ການຈັດ​ກອງ​ປະຊຸມ ​ວາງ​ແຜນການ​ຢ່າງຮອບດ້ານ ​ມາ​ຮອດ​ປັດຈຸບັນ ​ແມ່ນ​ມີ​ຄວາມ​ພ້ອມ​ ເກືອບຮ້ອຍ​ເປີ​ເຊັນ​ແລ້ວ ເຊິ່ງ​ໃນ​ນັ້...

ຫວຽດນາມ ສ້າງປະຫວັດສາດ ໄປບານໂລກຮອບສຸດທ້າຍ

รูปภาพ
ແຂ່ງຂັນບານເຕະ ເຍົາວະຊົນອາຍຸບໍ່ເກີນ 19 ປີ ຊີງແຊ້ມອາຊີ ຫຼື The 2016 AFC U-19 Championship ຮອບ 8 ທີມສຸດທ້າຍ ໃນມື້ຄືນນີ້ ເປັນການພົບກັນຂອງທີມ ເຈົ້າພາບ ບາເຣນ ພົບກັບ ທີມຊາດ ຫວຽດນາມ ໂດຍການແຂ່ງຂັນ ເລີ່ມຂຶ້ນໃນເວລາ 23:15 ຕາມເວລາບ້ານເຮົາ. ພໍແຕ່ເກມເລີ່ມຂຶ້ນທັງ 2 ທີມເປີດເກມບຸກໃສ່ກັນເຕັມທີ່ ແຕ່ບໍ່ມີຝ່າຍໃດສາມາດຍິງປະຕູຂຶ້ນນຳໄດ້ ຈົນຈົບເຄິ່ງເວລາທີ 1 ສະເໝີກັນໄປ 0-0. ກັບເຂົ້າມາເຄິ່ງເວລາທີ 2 ກັບເປັນຫວຽດນາມ ທີ່ກັບລົງມາຫຼິ້ນ ແລະ ສາມາດຄອງເກມໄດ້ດີກວ່າ ແລະ ສາມາດຍິງປະຕູຂຶ້ນນຳໄດ້ ໃນນາທີ ທີ 72 ຈາກການຍິງ ຂອງ Tran Thanh. ຫຼັງຈາກເສຍປະຕູ ບາເຣນ ກໍ່ເປີດເກມບຸກໃສ່ເຕັມທີ່ ແຕ່ກໍ່ບໍ່ສາມາດຍິງປະຕູຄືນໄດ້ ເຮັດໃຫ້ ຈົບ 90 ນາທີ ເປັນທີມຊາດ ເຍົາວະຊົນ U19 ຂອງບາເຣນ ເສຍໃຫ້ ທີມເຍົາວະຊົນ U19 ຂອງ ຫວຽດນາ 0-1 ແລະ ເຮັດໃຫ້ທີມຊາດຫວຽດນາມຊຸດນີ້ ໄດ້ສິດຜ່ານເຂົ້າໄປຫຼິ້ນຮອບສຸດທ້າຍ ບານເຕະຊີງແຊ້ມເຍົາວະຊົນໂລກ ອາຍຸ ບໍ່ເກີນ 20 ປີ ໃນປີໜ້າ 2017 ທີ່ປະເທດເກົາຫຼີໃຕ້. ຂອບໃຈພາບຈາກ: the-afc.com

ປາກຽວ ຍອມຮັບແບບຕົງໆວ່າຄືນສັງວຽນເພາະເລື່ອງເງິນ

รูปภาพ
ແມນນີ ປາກຽວ ຍອດກຳປັ້ນຂັວນໃຈຊາວຟິລິບປິນ ຍອມຮັບແບບຕົງໆວ່າ ຍອມກືນນ້ຳລາຍຕົວເອງກັບຄືນສູ່ສັງວຽນເພາະຢາກໄດ້ເງິນ ໂດຍໃຫ້ເຫດຜົນວ່າຕ້ອງຫາລ້ຽງຄອບຄົວ ແລະ ຍັງມີຄົນມາຂໍຄວາມຊ່ວຍເຫຼືອອີກຫຼາຍຄົນ ນັກຊົກເຈົ້າຂອງສາຍາ “ແພັດແມນ” ເຜີຍໃຫ້ຮູ້ວ່າ: ການຊົກມວຍເປັນແຫຼ່ງລາຍຮັບຫຼັກຂອງລາວ ລາວບໍ່ສາມາດອາໃສເງິນເດືອນພະນັກງານລັດພຽງຢ່າງດຽວ ເພາະລາວມີພາລະຕ້ອງໄດ້ລ້ຽງດູຄອບຄົວຂອງເມຍ ແລະ ຄອບຄົວຂອງລາວ ແຖມຍັງມີຄົນມາຂໍຄວາມຊ່ວຍເຫຼືອກັບລາວເປັນຈຳນວນຫຼາຍອີກດ້ວຍ ເຊິ່ງໃນວັນເສົາທີ 5 ພະຈິກ 2016 ນີ້ ແຟນມວຍຂອງ ແມນນີ້ ປາກຽວ ກໍ່ຈະໄດ້ເຫັນລາວຂຶ້ນສັງວຽກຊົກອີກຄັ້ງ ກັບຄູ່ຊົກທີ່ຖືວ່າຫີນສຸດໆ ຢ່າງ ວາຣກາສ ໄວອາຍຸ 27 ປີ ທີ່ມີສະຖິຕິການຊົກເສຍພຽງຄັ້ງດຽວຈາກການຊົກ 28 ຄັ້ງ ສ່ວນເວລາການຊົກນັ້ນ ແລະ ເລື່ອງການຖ່າຍທອດສົດຈະມີ ຫຼື ບໍ່ ແອັດມິນຈະແຈ້ງໃຫ້ຮູ້ຕາມພາຍຫຼັງ

ຄຣູໄດ້ຮັບເງິນຮອດເດືອນກັນຍາ

รูปภาพ
ນາຍຄຣູຢູ່ແຂວງຫຼວງນໍ້າທາ ໄດ້ຮັບເງິນເດືອນ ຊ້າ ມາຕັ້ງແຕ່ ເດືອນ ກໍຣະກະດາ ຈົນມາເຖິງ ເດືອນກັນຍາ ຈຶ່ງໄດ້້ຮັບ ເງິນເດືອນ, ແຕ່ກໍຍັງ ບໍ່ທັນໄດ້ ເງິນຂອງເດືອນ ຕຸລາ ນີ້ເທື່ອ ຍ້ອນວ່າທາງ ເມືອງ ບໍ່ມີຣາຍຮັບ ບໍ່ມີ ງົບປະມານ ໃຫ້. ຕາມການ ເປີດເຜີຍຂອງ ເຈົ້າໜ້າທີ່ ຂແນງ ສຶກສາທິການ ແລະ ກິລາ ເມືອງຫຼວງນໍ້າທາ ຕໍ່ RFA ໃນວັນທີ 21 ຕຸລານີ້ວ່າ: "ໄດ້ຮອດເດືອນ 9 ແລ້ວ ແຕ່ເດືອນ 10 ກໍຍັງໄດ້ ໝົດແລ້ວ ມີແຕ່ຊັກຊ້າ ບາງອາທິດ ຊື່ໆ ຫລຸດລື່ນກັນ ບາງອາທິດ ໄດ້ຊ້າ ກໍສາເຫດ ມັນຫຼາຍຄົນ ຈໍານວນຄົນ ສຶກສາສາ ມັນຫຼາຍ ແລ້ວ ກໍຣາຍຮັບ ຂັ້ນເມືອງ ມັນບໍ່ໄດ້ ຫັ້ນນ່າ ທ່ວງທັນ ກັຣາຍຈ່າຍ ຄວາມຕ້ອງການ ຂອງຣາຍຈ່າຍ ເລີຍຊັກຊ້າ". ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ງົບປະມານ ການສຶກສາ ຈະໄດ້ຮັບການ ອະນຸມັດ ຕົວເລກ ຈາກຂັ້ນເທິງ ແຕ່ການຫາເງິນ ທີ່ຈະຈ່າຍເງິນ ເດືອນ ໃຫ້ນາຍຄຣູ ນັ້ນ ເປັນໜ້າທີ່ ຂອງ ແຕ່ລະເມືອງ ທີ່ຈະຕ້ອງ ຈັດຫາ ໃຫ້ໄດ້. ນາຍຄຣູໂຮງຮຽນປະຖົມ ແຫ່ງນຶ່ງ ຢູ່ເມືອງສິງ ເວົ້າວ່າ ເຖິງຈະໄດ້ ຮັບເງິນເດືອນ ຮອດເດືອນ ກັນຍາ ແລ້ວ ແຕ່ການເບີກຈ່າຍ ເງິນເດືອນ ແຕ່ລະເດືອນ ນັ້ນກໍບໍ່ໄດ້ ຕາມກໍານົດ ເວລາ ທຸກເດືອນ ໂດຍສະເພາະ ໃນເດືອນ ຕຸລາ ນີ້ ກໍເປັນຣະຍະ ຂຶ້ນ ງົບປະມານ ປະຈໍາປີ ໃໝ່: "ມັນເປັນນໍາເມື...

ແຂ່ງຕີກອງຂັນ ວັນອອກພັນສາ ປະເພນີທີ່ຄວນຮັກສາໄວ້

รูปภาพ
ຈົວນ້ອຍເສັງຕີກອງຂັນ ທີ່ວັດຊຽງທອງ ບຸນອອກພັນສາໄຫລເຮືອໄຟ (ປະຈຸບັນ ການເສັງຕີກອງຂັນໃນບຸນໄຫລເຮືອໄຟຂອງເມືອງຫລວງພຣະບາງ ແມ່ນບໍ່ມີແລ້ວ ຫນ້າຈະຮືຟື້ນຮີດແບບນີ້ຂຶ້ນມາໃຫມ່ ຄົງຈະດີ ໃນການອະນຸລັກແລະທີ່ສຳຄັນສົ່ງເສີມການທ່ຽວທ່ອງຂອງແຂວງຫລວງພຣະບາງໄປອີກທາງຫນຶ່ງ ໄດ້ທາງວັດທະນະທັມ ໄດ້ທາງການທ່ອງທ່ຽວພ້ອມ ມີແຕ່ໄດ້ກັບໄດ້ ບົດຄວາມນີ້ຫນ້າຈະເຖິງຜູ້ທີອຳນາດໃນການອະນຸລັກວັດທະນະທັມຂອງຫລວງພຣະບາງເນາະ) ບຸນປະຈຳເດືອນ11ຕາມຮີດ 12 ຂອງລາວ ກໍ່ແມ່ນ ປະວໍລະນາອອກພັນສາຫຼືວັດສາ ຫຼັງຈາກທີ່ພະພິກຂຸສົງສີ້ນສຸດການຈຳພັນສາຢູ່ກັບວັດໂດຍ ບໍ່ຈາກໄປຄ້າງຄືນຢູ່ວັດອື່ນ ເປັນເວລາສາມເດືອນ ຕັ້ງແຕ່ ວັນເພັງເດືອນ 8 ຮອດ ວັນເພັງ ເດືອນ 11 ຂອງທຸກໆປີ. ໃນມື້ບຸນອອກພັນສານີ້ ທຸກວັດມີການທຸນ ໃສ່ບາດ ຢາດນ້ຳ ຮັກສາສິນຟັງທຳເທສະໜາຖວາຍ ສັງຄະທານ ແລະ ຖວາຍ ໄຕຣຈີວອນ ຖວາຍຜ້າອາບນ້ຳຝົນແກ່ພະພິກຂຸສົງ ມີພິທີປະວໍລະຣະນາ ລະຫວ່າງພະພິກຂຸສົງ ຄືປົງອາບັຕ ໃຫ້ອະໂຫສີກັມ ແກ່ກັນ ແລະ ກັນ ໃນສິ່ງທີ່ຜິດພາດ ຕະຫຼອດ ສາມໄຕຣມາສ ຄື ສາມເດືອນໄລຍະເຂົ້າພັນສານັ້ນ ຕອນແລງຄ່ຳທຸກວັນມີການປະດັບປະດາ ໄຕ້ໂຄມໄຟ ໄຕ້ຜາງປະທີບຫຼາຍອັນຕາມຕ້າຍວັດ ຫຼືຕາມຕີນພະທາດ ມີການໄຫຼເຮືອໄຟ ຊ່ວງເຮືອ ແລະ ເສັງກອງຂັນຫຼືກອງຫາງ. ຜາງປະທີບນັ້ນ ສະໄ...