ຫວຽດນາມ ສ້າງປະຫວັດສາດ ໄປບານໂລກຮອບສຸດທ້າຍ



ແຂ່ງຂັນບານເຕະ ເຍົາວະຊົນອາຍຸບໍ່ເກີນ 19 ປີ ຊີງແຊ້ມອາຊີ ຫຼື The 2016 AFC U-19 Championship ຮອບ 8 ທີມສຸດທ້າຍ ໃນມື້ຄືນນີ້ ເປັນການພົບກັນຂອງທີມ ເຈົ້າພາບ ບາເຣນ ພົບກັບ ທີມຊາດ ຫວຽດນາມ ໂດຍການແຂ່ງຂັນ ເລີ່ມຂຶ້ນໃນເວລາ 23:15 ຕາມເວລາບ້ານເຮົາ. ພໍແຕ່ເກມເລີ່ມຂຶ້ນທັງ 2 ທີມເປີດເກມບຸກໃສ່ກັນເຕັມທີ່ ແຕ່ບໍ່ມີຝ່າຍໃດສາມາດຍິງປະຕູຂຶ້ນນຳໄດ້ ຈົນຈົບເຄິ່ງເວລາທີ 1 ສະເໝີກັນໄປ 0-0. ກັບເຂົ້າມາເຄິ່ງເວລາທີ 2 ກັບເປັນຫວຽດນາມ ທີ່ກັບລົງມາຫຼິ້ນ ແລະ ສາມາດຄອງເກມໄດ້ດີກວ່າ ແລະ ສາມາດຍິງປະຕູຂຶ້ນນຳໄດ້ ໃນນາທີ ທີ 72 ຈາກການຍິງ ຂອງ Tran Thanh. ຫຼັງຈາກເສຍປະຕູ ບາເຣນ ກໍ່ເປີດເກມບຸກໃສ່ເຕັມທີ່ ແຕ່ກໍ່ບໍ່ສາມາດຍິງປະຕູຄືນໄດ້ ເຮັດໃຫ້ ຈົບ 90 ນາທີ ເປັນທີມຊາດ ເຍົາວະຊົນ U19 ຂອງບາເຣນ ເສຍໃຫ້ ທີມເຍົາວະຊົນ U19 ຂອງ ຫວຽດນາ 0-1 ແລະ ເຮັດໃຫ້ທີມຊາດຫວຽດນາມຊຸດນີ້ ໄດ້ສິດຜ່ານເຂົ້າໄປຫຼິ້ນຮອບສຸດທ້າຍ ບານເຕະຊີງແຊ້ມເຍົາວະຊົນໂລກ ອາຍຸ ບໍ່ເກີນ 20 ປີ ໃນປີໜ້າ 2017 ທີ່ປະເທດເກົາຫຼີໃຕ້.
ຂອບໃຈພາບຈາກ: the-afc.com

โพสต์ยอดนิยมจากบล็อกนี้

ສປປ.ລາວ ຖືກຈັດໃຫ້ເປັນໜຶ່ງໃນປະເທດທີ່ປອດໄພສຳລັບການທ່ອງທ່ຽວ ຂອງຊາວອັງກິດ

ລາວຄຣິສຕຽນຢູ່ຫຼວງນໍ້າທາ ຖືກ ບັງຄັບ