ສປປ.ລາວ ຖືກຈັດໃຫ້ເປັນໜຶ່ງໃນປະເທດທີ່ປອດໄພສຳລັບການທ່ອງທ່ຽວ ຂອງຊາວອັງກິດ
ຖືກຈັດໃຫ້ເປັນໜຶ່ງໃນປະເທດທີ່ປອດໄພສຳລັບການທ່ອງທ່ຽວ ຂອງຊາວອັງກິດ ສຳນັກຂ່າວ The Independent ລາຍງານ 24 ເມສາ 2017 ວ່າ: ກະຊວງການຕ່າງປະເທດຂອງອັງກິດໄດ້ອອກແຈ້ງເຕືອນສຳລັບການເດີນທາງໄປຍັງປະເທດທີ່ບໍ່ປອດໄພ ແຜນທີ່ຂ້າງລຸ່ມນີ້ສະແດງໃຫ້ເຫັນເຖິງລະດັບການປອດໄພຂອງແຕ່ລະປະເທດ ທີ່ກະຊວງການຕ່າງປະເທດຂອງອັງກິດອອກມາເຕືອນ: - ສີຟ້າ ໝາຍເຖິງ ທົ່ວປະເທດບໍ່ປອດໄພ ບໍ່ຄວນເດີນທາງໄປ - ສີແດງ ໝາຍເຖິງ ບາງສ່ວນຂອງປະເທດບໍ່ປອດໄພ ບໍ່ຄວນເດີນທາງໄປ - ສີຂຽວ ໝາຍເຖິງ ປອດໄພ ເດີນທາງໄປໄດ້ ເຊິ່ງປະເທດລາວຂອງພວກເຮົາ ຖືກຈັດຢູ່ໃນກຸ່ມປະເທດສີຂຽວ ດັ່ງນັ້ນ, ຈຶ່ງຖືວ່າປອດໄພສຳລັບນັກທ່ອງທ່ຽວຊາວອັງກິດ.



